RIASEC Assessment
ຄົ້ນຫາບຸກຄະລິກກະພາບທາງອາຊີບຂອງທ່ານ. ກະລຸນາຕອບຄໍາຖາມຕາມຄວາມເປັນຈິງ.
Discover your career personality. Please answer the questions truthfully to get the most accurate result.
ຍິນດີຕ້ອນຮັບທ່ານເຂົ້າສູ່ ບົດທົດສອບຄວາມສົນໃຈທາງດ້ານອາຊີບ
(RIASEC Personality Test)
Welcome to the Career Interest Assessment
ບົດທົດສອບຄວາມສົນໃຈທາງດ້ານອາຊີບແມ່ນບົດທົດສອບທີ່ຖືກພັດທະນາຈາກທິດສະດີການຈໍາແນກອາຊີບຕາມບຸກຄະລິກກະພາບຂອງ John L Holland ນັກຈິດຕະວິທະຍາຄົນອາເມຣິກາ. ເພິ່ນກ່າວວ່າ:
"“ການເລືອກອາຊີບຂອງຄົນໃດໜຶ່ງແມ່ນເກີດມາຈາກບຸກຄະລິກກະພາບຂອງບຸກຄົນ ແລະ ຄວາມສົນໃຈຕໍ່ສາຍອາຊີບ ໂດຍອີງຕາມຄວາມຄິດທີ່ມີຕໍ່ຕົນເອງ ແລະ ຄວາມເຂົ້າໃຈ ຫຼື ຂໍ້ມູນທີ່ເຮົາຮັບຮູ້ຕໍ່ອາຊີບດັ່ງກ່າວ”"
ບົດທົດສອບນີ້ເໝາະກັບໃຜ?
- ບຸກຄົນທົ່ວໄປ ທີ່ສົນໃຈຢາກຮູ້ຄວາມສົນໃຈຂອງຕົນເອງ ວ່າຕົນເອງມີບຸກຄະລິກກະພາບແບບໃດ, ເໝາະສົມກັບອາຊີບໃດ ແລະ ທັກສະທີ່ຄວນພັດທະນາຕໍ່ຄວນມີທັກສະໃດແດ່.
- ໄວເຮັດວຽກ ໂດຍສະເພາະແມ່ນສໍາລັບຜູ້ທີ່ປະກອບອາຊີບໄດ້ໃນໄລຍະໜຶ່ງ ແລະ ບໍ່ໝັ້ນໃຈວ່າສາຍອາຊີບທີ່ຕົນເອງເຮັດຢູ່ນັ້ນເໝາະສົມກັບບຸກຄະລິກກະພາບຕົນເອງ ແລະ ເປັນສາຍທີ່ຕົນເອງສົນໃຈຫຼືບໍ? ຫຼື ຢາກຮູ້ວ່າສາຍອາຊີບໃນຂົງເຂດໃດທີ່ເໝາະສົມກັບບຸກຄະລິກກະພາບທີ່ຕົນເອງມີ ຖ້າຫາກວ່າຈະປ່ຽນອາຊີບໃໝ່.
ໝາຍເຫດ: ຂໍໃຫ້ຜູ້ເຮັດບົດທົດສອບຕອບຄໍາຖາມໃນບົດທົດສອບຕາມຄວາມເປັນຈິງ ແລະ ເປັນຕົວຂອງຕົນເອງທີ່ສຸດ ເພາະຜົນຂອງບົດທົດສອບແມ່ນຈະສະແດງອອກຕາມຄຳຄອບຂອງທ່ານ.
This assessment is based on the theory of vocational personalities developed by American psychologist John L. Holland. He stated:
“A person's career choice is an expression of their personality and interests, rooted in their self-perception and their understanding of that profession.”
Who is this for?
- General Individuals: Suitable for anyone interested in discovering their personality type, identifying suitable career paths, and understanding which skills to develop further.
- Working Professionals: Designed to help those who have been working for a while but are unsure if their current job aligns with their personality. It is also ideal for those considering a career change and wanting to identify fields that match their natural traits.
Note: Please answer the questions truthfully and be yourself. The accuracy of the results depends entirely on your honest responses.