Back to All Jobs
ສາງອາໄຫຼ່ລົດ
General
Vientiane, Laos Full-time
ຕຳແໜ່ງ: ພະນັກງານສາງອາໄຫຼ່ລົດ
ຈຸດປະສົງຂອງຕຳແໜ່ງ
ຮັບຜິດຊອບການຮັບ, ຈັດເກັບ, ຈ່າຍ ແລະ ຄວບຄຸມສະຕັອກອາໄຫຼ່ລົດໃຫ້ຖືກຕ້ອງ ເປັນລະບຽບ ແລະ ພ້ອມສຳລັບການຂາຍ ແລະ ການບໍລິການ.
ໜ້າທີ່ຮັບຜິດຊອບ
- ຮັບອາໄຫຼ່ຈາກຜູ້ສະໜອງ ແລະ ກວດສອບຈຳນວນ, ລະຫັດສິນຄ້າ ແລະ ຄຸນນະພາບໃຫ້ຖືກຕ້ອງ.
- ຈັດເກັບອາໄຫຼ່ເຂົ້າສາງຕາມປະເພດ ແລະ ຕຳແໜ່ງທີ່ກຳນົດ.
- ຈ່າຍອາໄຫຼ່ໃຫ້ພະແນກຊ່າງ, ພະແນກຂາຍ ຫຼື ສາຂາ ຕາມໃບເບີກທີ່ໄດ້ຮັບອະນຸມັດ.
- ບັນທຶກການຮັບ-ຈ່າຍອາໄຫຼ່ໃນລະບົບສາງ.
- ກວດນັບສະຕັອກປະຈຳວັນ, ປະຈຳເດືອນ ແລະ ປະຈຳປີ.
- ລາຍງານອາໄຫຼ່ທີ່ໃກ້ໝົດ, ເສຍຫາຍ, ລ້າສະໄໝໃຫ້ຫົວໜ້າຮັບຊາບ.
- ຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຂອງສາງຕາມຫຼັກການ.
- ຄວບຄຸມການຈັດເກັບອາໄຫຼ່ໃຫ້ປອດໄພ ແລະ ປ້ອງກັນການສູນຫາຍ.
- ປະສານງານກັບພະແນກ ຝ່າຍຂາຍ, ຝ່າຍບໍລິການ, ຝ່າຍຈັດຊື້, ບັນຊີ ແລະ ພະແນກຊ່າງ
- ວີ່ງຊື້ອາໄຫລ່ (ກໍລະນີຢູ່ໃກ້ຮ້ານ)
ຄຸນສົມບັດ
- ຈົບອະນຸປະລິນຍາ ຫຼື ປະລິນຍາຕີ ສາຂາການຈັດການ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ.
- ມີປະສົບການວຽກສາງອາໄຫຼ່ລົດ ຫຼື ສາງສິນຄ້າ 1 ປີຂຶ້ນໄປ (ຈະພິຈາລະນາເປັນພິເສດ).
- ມີຄວາມຮູ້ພື້ນຖານກ່ຽວກັບອາໄຫຼ່ລົດ ແລະ ສາມາດອ່ານລະຫັດສິນຄ້າ ໄດ້.
- ສາມາດໃຊ້ Microsoft Excel ແລະ ໂປຣແກຣມຈັດການສາງ.
- ມີຄວາມລະອຽດ, ຊື່ສັດ, ຮັບຜິດຊອບ ແລະ ຕົງຕໍ່ເວລາ.
- ສາມາດຍົກ ແລະ ເຄື່ອນຍ້າຍອາໄຫຼ່ໄດ້.
- ສາມາດຍົກ ແລະ ເຄື່ອນຍ້າຍອາໄຫຼ່ໄດ້, ສາມາດເຮັດວຽກເປັນທີມ ແລະ ສື່ສານໄດ້ດີ.
- ເພດຊາຍ ອາຍຸ 20-35ປີ.
- ເຮັດວຽກ 6ມື້/ອາທິດ.
- ມີທີພັກໃຫ້ຟຣີ, ລ້ຽງເຂົ້າສວຍ ແລະ ມີກິດຈະກຳສ້າງສັນທຸກ 2ເດືອນ.
ສາຍການລາຍງານ
- ລາຍງານຕໍ່: ຫົວໜ້າທີມ ຫຼື ຜູ້ຈັດການ
- ປະສານງານກັບ: ຝ່າຍຂາຍ, ຝ່າຍບໍລິການ, ຝ່າຍຈັດຊື້, ບັນຊີ
Apply for this Position
Application opens in a new window