Senior Procurement Supervisor
General
1. Job Purpose ວັດຖຸປະສົ່ງ ຂອງຕຳແຫນ່ງງານ
ຄວບຄຸມ ແລະ ຕິດຕາມ ການວາງແຜນ ການຈັດຊື້ ຈັດຈ້າງ, Sourcing, Shipping, Inventory Management ເພື່ອໃຫ້ບໍລິສັດ ໄດ້ຮັບສິນຄ້າສິນຄ້າທີ່ມີຄຸນນະພາບ, ຕົງຕໍ່ເວລາກຳນົດ, ມີສິນຄ້າ ພຽງພໍໃນການຂາຍ, ບໍ່ສະຕ໋ອກສິນຄ້າຫລາຍເກີນໄປ, ບໍ່ກໍ່ໃຫ້ເກີດສິນຄ້າຄ້າງສາງ-ຫມົດອາຍຸ ແລະ ລາຄາແຂ່ງຂັນໄດ້. ເສີມສ້າງຂະບວນການເຮັດວຽກ ດ້ວຍການວາງລະບົບ, ຍົກລະດັບມາດຕະຖານການເຮັດວຽກ(Process) ແລະ ການນຳໃຊ້ Technology ທີ່ທັນສະໄຫມປະກອບເຂົ້າໃນວຽກງານ ໃຫ້ມີປະສິທິພາບຫລາຍຂື້ນ
2. Key Responsibility ໜ້າທີ່ຮັບຜິດຊອບຫລັກ
2.1 Sourcing & Supplier Management ການຈັດຫາສິນຄ້າ ແລະ ຄັດເລືອກຜູ້ສະຫນອງ
- ຫາຂໍ້ມູນສິນຄ້າໃຫມ່ ຕາມຜູ້ຂາຍຕ້ອງການ ຫລື ຕາມເທນຂອງຕະຫລາດ
- ຊີ້ນຳ ນຳພາ ເຈລະຈາຕໍ່ລອງລາຄາ ແລະ ເງືອນໄຂການຄ້າ Services Level Agreement(SLA),MOQ, Incoterm, Payment Term and etc. ເພືອໃຫ້ໄດ້ຂໍ້ຕົກລົງດິທີສຸດ
- ສົມທຽບລາຄາສິນຄ້າໃຫມ່ ເພື່ອເລືອກເອົາ ສິນຄ້າ ທີ່ມີ ລາຄາແລະເງືອນໄຂດີທີ່ສຸດ
- ສັນຫາສິນຄ້າ ຈາກຜູ້ຜະລິດໂດຍກົງບໍ່ຜ່ານຕົວແທນ (Agency)ໃຫ້ຫລາຍທີ່ສຸດ.
- ເຮັດການປະເມີນຜົນ ແລະ ຄຸນວຸດທິຂອງຜູ້ສະໜອງ ເປັນເດືອນ/ປີ (Supplier Evaluation & Qualification)- ດ້ວຍ On time In-Full (OTIF), Price, Quality, Lead time
- ມີສ່ວນຮ່ວມໃນການພັດທະນາ ຜູ້ສະຫນອງທີ່ສຳຄັນ ມາເປັນຜູ້ສະຫນອງ ຍຸດທະສາດ ( Strategic Partner)
- ສ້າງຟາຍສົມທຽບສິນຄ້າ ແລະ ລາຄາສິນຄ້າທັງຫມົດ ສຳລັບສິນຄ້າທີ່ຮັບຜິດຊອບ(ສົມທຽບລາຍການສິນຄ້າທີເປັນ ເຄມີ ດຽວກັນ)(ສ້າງໄວ້ເພື່ອຕິດຕາມລາຄາສິນຄ້າ ແລະ ອ້າງອີງໃນການຕໍ່ລອງລາຄາຕ່າງໆ)
- ນຳພາທີມງານ ເຮັດ Demand Forecast ຮ່ວມກັບທີມ Sales/Product Management ແລະ ສົ່ງໃຫ້ກັບຜູ້ສະຫນອງບໍ່ເກີນ ໄຕມາດ 1 ຂອງແຕ່ລະປີ.
2.2 Inventory Management & Demand Forecasting ການຄວບຄຸມການຫມູນວຽນຂອງສິນຄ້າໃນສາງ ແລະ ວາງແຜນຄາດຄະເນການຂາຍ)
- ກວດເຊັກສະຕ໋ອກສິນຄ້າໃນສາງເພື່ອຂື້ນແຜນການສັ່ງຊື້ສັ່ງຄ້າ ໃຫ້ເຫມາະສົມກັບການຂາຍ, ຄວາມຕ້ອງການຂອງລູກຄ້າ, ແລະ ມາດຕະຖານການຈັດເກັບ
- ຕິດຕາມສິນຄ້າໃນສະຕ໋ອກ ແລະ ຂື້ນແຜນ Re-Order Point/Safety Stock/Stock On Hand (SOH) & Day On Hand ( DOH)
- ເຮັດ Forecast ປະຈຳປີ ຮ່ວມກັບທີມ BD/Product Management/Finance/Suppliers
- ຕິດຕາມ Product Ageing ເພື່ອປ້ອງກັນບັນຫາ Over Stock & Expire.
2.3 Purchase Management (ການບໍລິຫານການສັ່ງຊື້)
- ກວດເຊັກສະຕ໋ອກສິນຄ້າໃນສາງເພື່ອຂື້ນແຜນຂໍສັ່ງຊື້ສັ່ງຄ້າ(PR)ຂໍເຊັນອະນຸມັດ
- ດຳເນີນການສັ່ງຊື້ສິນຄ້າ(PO) ຂໍເຊັນອະນຸມັດ
- ຕິດຕາມການຮັບສົ່ງມອບສິນຄ້າໃຫ້ຖືກຕ້ອງ-ທັນເວລາ ແລະ ໄດ້ມາດຕະຖານຕາມຄວາມຕ້ອງການ
- ປະສານງານກັບທີມບັນຊີ ເລື່ອງການຊຳລະຄ່າສິນຄ້າຕ່າງໆ
- ຄິດໄລ່ຕົ້ນທືນລາຄາຊື້+ຂົນສົ່ງ ຮອດລາວ ຂອງການນຳເຂົ້ານອກ ແລະ ນຳເຂົ້າທາງການ ປະເມີນລາຄາເບື້ອງຕົ້ນ ເພື່ອວາງແຜນການສັ່ງຊື້ສິນຄ້າໃຫ້ຖືກຕ້ອງ
- ສ້າງຟາຍສົມທຽບສິນຄ້າ ແລະ ລາຄາສິນຄ້າທັງຫມົດ ສຳລັບສິນຄ້າທີ່ຮັບຜິດຊອບ(ສົມທຽບລາຍການສິນຄ້າທີເປັນ ເຄມີ ດຽວກັນ) (ສ້າງໄວ້ເພື່ອຕິດຕາມລາຄາສິນຄ້າ ແລະ ອ້າງອີງໃນການຕໍ່ລອງລາຄາຕ່າງໆ)
- ຕິດຕາມ ການປິດຕົວເລກ ປະຈຳປີ ຂອງແຕ່ລະບໍລິສັດ ( ຖ້າມີ) ( ປິດຍອດທ້າຍປີ ແລະ ວາງແຜນຊື້ໃນປີຕໍ່ໄປ)
- ສ່ວນຮ່ວມໃນການພັດທະນາ ແລະ ປັບປຸງ ຂະບວນການຈັດຊື້ ຈັດຈ້າງ ໃຫ້ມິີປະສິດທິພາບ ແລະ ປະສິດທິຜົນຫລາຍຂື້ນ
- ລາຍງານຜົນການຈັດຊື້ ປະຈຳເດືອນ,ໄຕມາດ ແລະ ປະຈຳປີ ຂອງທີມງານ ໃຫ້ຜູ້ຈັດການ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ
- ຊີ້ນຳ ຊ່ວຍຜູ້ຈັດການ ຕັ້ງ KPI ສຳລັບຫນ່ວຍງານຈັດຊື້ ຈັດຈ້າງ
2.4 Bidding Support (ການມີສ່ວນຮ່ວມໃນການປະມູນ)
- ຊ່ວຍເປັນຫລັກໃນການປະສານງານກັບທີມປະມູນ ແລະ ລວບລວມຂໍ້ມູນສິນຄ້າເພື່ອເຮັດ Cost Sheet ເພື່ອສະຫນອງລາຄາຕົ້ນທືນໃຫ້ແກ່ການປະມູນ
- ເປັນຕົວແທນຫນ່ວຍງານ ໃນການເຂົ້າຮ່ວມປະຊຸມກັບທີມງານໂຮງຫມໍ ຫລື ທີມງານທີ່ກ່ຽວຂ້ອງ (ທີ່ໄດ້ຮັບມອບຫມາຍຈາກ ຜູ້ຈັດການ)
- ສະຫນອງລາຄາສິນຄ້າໃຫ້ແກ່ການປະມູນໃຫ້ໄດ້ຕາມຄວາມຕ້ອງການຂອງຝ່າຍປະມູນ
- ສະຫນອງ ເອກະສານເຊັ່ນ: ໃບອະນຸຍາດໃຫ້ປະມູນ ແລະ ໃບຢັ້ງຢືນຕ່າງໆ ເພື່ອປະກອບໃສ່ເອກະສານການປະມູນ ໃຫ້ທັນຕາມເວລາກຳນົດ
2.5 Shipping inbound coordination (ປະສານງານຂົນສົ່ງຂາເຂົ້າ)
- ປະສານງານກັບຂົນສົ່ງ ເພື່ອເຈລະຈາຕໍ່ລອງເງືອນໄຂການສົ່ງສິນຄ້າ ໃຫ້ໄດ້ເງືອນໄຂດີທີສຸດ
- ຕໍ່ລອງລາຄາຂົນສົ່ງ ແລະ ເຮັດສັນຍາ ເພື່ອຄົງລາຄາ ຂົນສົ່ງເປັນລາຍປີ ກັບບໍລິສັດຂົນສົ່ງ ໃນການສົ່ງສິນຄ້າລະຫວ່າງປະເທດ
- ກວດກາຄວາມຖືກຕ້ອງຂອງເອກະສານທີ່ກ່ຽວຂ້ອງກັບການນຳເຂົ້າສິນຄ້າເຊັ່ນ: Invoice, Packing list, GMP ,ISO, Trade Agreement from & etc.
- ຄວບຄຸມຄ່າໃຊ້ຈ່າຍ ດ້ານການຂົນສົ່ງ ( Logistic) ເຊັ່ນ: Freight Charge, Duty Fee, Customs Clearance
- ປະສານງານກັບ Shipping Agent/Freight Forwarder
- ຕິດຕາມການຂົນສົ່ງສິນຄ້າ Shipping Error, Delay, Damage ແລະ ປະສານງານ ເພື່ອແກ້ໄຂບັນຫາຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງ
2.6 ການສົ່ງມອບ
- ວາງແຜນການສົ່ງມອບສິນຄ້າ, ຄວບຄຸມ ແລະ ຕິດຕາມການສົ່ງມອບສິນຄ້າໃຫ້ກັບຄັງສິນຄ້າ.
- ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງໃນການຮັບສິນຄ້າເຂົ້າສາງ ແລະ ກວດສອບຄວາມຖືກຕ້ອງຂອງສິນຄ້າ
- ກໍລະນິ ສິນຄ້າມີການແຕກຫັກເສຍຫາຍ ແມ່ນແຈ້ງທາງຜູ້ສະຫນອງ ເພື່ອປ່ຽນແທນສິນຄ້າ
- ຕິດຕາມສິນຄ້າປ່ຽນແທນກັບຜູ້ສະຫນອງ ແລະ ເວລາສິນຄ້າມາແລ້ວແມ່ນແຈ້ງຕໍ່ກັບສາງສິນຄ້າ ຫລື ຜູ້ຮັບສິນຄ້າ
3. People/Process/Technology-Capabilities scope
3.1 People (ບຸກຂະລາກອນ)
- ຊ່ວຍບໍລິຫານວຽກ ແລະ ທີມງານ ຈັດຊື້ ຈັດຈ້າງ ດ້ວຍການວາງໂຄງສ້າງໃຫ້ເຫມາະສົມ
- ເຮັດ Performance Review ປະຈຳໄຕມາດ/ປະຈຳປີ
- ຝືກສອນທີມງານ ແລະ ຝືກທັກສະ ການຮຽນຮູ້ ກັບອົງກອນ ຫລື ຮຽນດ້ວຍຕົວເອງ ແລະ ຝືກສອນໃຫ້ທີມງານ
3.2 Process ຂະບວນການ
- ຊ່ວຍພັດທະນາ ຂະບວນການການເຮັດວຽກ (SOP)ຂອງຫນ່ວຍງານຈັດຊື້ ໃຫ້ເປັນຂະບວນການທີ່ຕອບໂຈດການນຳໃຊ້ວຽກງານໃຫ້ດີຂື້ນ ແລະ ຂັ້ນຕອນບໍ່ຊັບຊ້ອນ
- ຊ່ວຍໃຊ້ Data Analysis ( Excel, Power BI) ເພື່ອວິເຄາະຂໍ້ມຸນ ແລະ ແນວໂນ້ມຕະຫລາດ
- ຊ່ວຍ ຜູ້ຈັດການ ກວດເຊັກເອກະສານ ຂໍອະນຸມັດ ເລື່ອງການຈັດຊື້ ຈັດຈ້າງ
3.3 Technology (ລະບົບແລະດີຈີຕອນ)
- ໃຊ້ ERP System (Odoo)/ ລະບົບຈັດຊື້ ອອນໄລ ໃຫ້ມີປະສິດທີພາບ
- ໃຊ້ຂໍ້ມູນໃນລະບົບ ວິເຄາະຫາຕົວເລກຍອດການສັ່ງຊື້,Back order & etc.
Qualification (ຄຸນສົມບັດ)
- ປະສົບການຈັດຊື້ 3–5 ປີ ແລະ ຢ່າງຫນ້ອຍແມ່ນ 2ປີ ໃນຕ່ຳແຫນ່ງລະດັບຫົວຫນ້າສາຍງານ
- ສາມາດນຳໃຊ້ Excel/Power BI/V-lookup / Pivot ໄດ້ດີ
- ມີປະສົບການຈັດຊື້ໃນທຸລະກິດ Trading ຫລື Healthcare ແລະ ເຂົ້າໃຈຂະບວນການຈັດຊື້ເປັນຢ່າງດີ
- ເຂົ້າໃຈ Demand Forecast, Inventory Planning, Cost Analysis
- ມີຄວາມຮູ້ກົດຫມາຍຈັດຊື້ B2B/B2G ແລະ ເອກະສານປະມູນ
- ສາມາດນຳໃຊ້ Excel/Power BI/V-Lookup/Pivot table ໄດ້ດີ
- ມີຄວາມສາມາດ ເຈລະຈາຕໍ່ລອງແລະບໍລິຫານ Suppliers ໄດ້ດີ
- ມີທັກສະໃນການວິເຄາະຕົວເລກ ໄດ້ດີພໍສົມຄວນ
- ສາມາດເຮັດວຽກເປັນທີມ ແລະ ປະສານງານຫລາຍຫນ່ວຍງານ ໄດ້ດີ
Application opens in a new window