Junior Accounting
General
ປະກາດຮັບພະນັກງານ: ຕຳແໜ່ງ ພະນັກງານບັນຊີ (Accounting & Tax Staff)
ຮ້ານຂອງພວກເຮົາກຳລັງຊອກຫາທີມງານຸຄຸນນະພາບສູງ ເຂົ້າມາຮ່ວມວຽກ ແລະ ພັດທະນາລະບົບການເງິນ-ບັນຊີ ພ້ອມທັງວຽກງານອາກອນຮ່ວມກັນ ໂດຍມີ 2 ລະດັບໃຫ້ເລືອກ ດັ່ງນີ້:
ລະດັບທີ 1: ພະນັກງານບັນຊີ 1 ຕຳແໜ່ງ (Junior / Mid-Level Accountant)
* ເງິນເດືອນເລີ່ມຕົ້ນ: 5,500,000 ກີບ (ສາມາດຕໍ່ລອງໄດ້ຕາມຄວາມສາມາດ)
* ປະສົບການ: 1 ປີ ຂຶ້ນໄປ
⦿ ຄຸນສົມບັດຜູ້ສະໝັກ:
* ມີປະສົບການໃນການເຮັດວຽກດ້ານບັນຊີ ແລະ ການກະກຽມເອກະສານອາກອນ 1 ປີ.
* ມີຄວາມຮູ້ຄວາມສາມາດໃນການໃຊ້ໂປຣແກຣມບັນຊີ ແລະ ລະບົບຂາຍໜ້າຮ້ານ (POS).
* ມີຄວາມລະອຽດຮອບຄອບ, ມຸ່ງໝັ້ນຮຽນຮູ້ ແລະ ສາມາດປະສານງານໃນທີມໄດ້ດີ.
⦿ ໜ້າທີ່ຄວາມຮັບຜິດຊອບ:
* ບັນທຶກ ແລະ ລົງບັນຊີລາຍຮັບ-ລາຍຈ່າຍລົງໃນໂປຣແກຣມບັນຊີຂອງຮ້ານ.
* ຊ່ວຍຈັດການລະບົບສາງສິນຄ້າ ແລະ ບັນທຶກການນຳເຂົ້າສິນຄ້າເຂົ້າ-ອອກສະຕັອກ.
* ເຮັດ Bank Reconcile (ກະທົບຍອດເງິນສົດ ແລະ ເງິນຝາກທຸກມື້).
* ຈັດກຽມເອກະສານພື້ນຖານ ແລະ ຊ່ວຍວຽກງານອາກອນເບື້ອງຕົ້ນ (ເຊັ່ນ: ອາກອນເງິນເດືອນ, ປະກັນສັງຄົມ, Withholding Tax).
* ເຮັດວຽກ ແລະ ປະສານງານຮ່ວມກັບທີ່ປຶກສາບັນຊີຂອງຮ້ານ
* ແລະວຽກອື່ນໆ ທີ່ກ່ຽວຂ້ອງກັບບັນຊີ ແລະ ອາກອນຂອງຮ້ານ
ໂມງເຮັດວຽກ
1. ໄລຍະ 1-4 ເດືອນທຳອິດ ຊ່ວງເຊັດອັບລະບົບໃໝ່: ຈັນ-ສຸກ 9:00-17:00, ເສົາ 13:00-16:30 ອາດມີບາງມື້ເຮັດວຽກລ່ວງເວລາເຖິງ 21:00, ພັກວັນທິດ. ຊ່ວງນີ້ຕ້ອງການຄົນທີ່ສາມາດເຮັດວຽກຍືດຍຸ່ນເລື່ອງເວລາໄດ້.
2. ຜ່ານຊ່ວງເຊັດອັບລະບົບໃໝ່ ເດືອນ ທີ 4-5 ຂຶ້ນໄປ: ຈັນ-ສຸກ 9:00-17:00, ພັກເສົາ-ທິດ.
⦿ ລາຍລະອຽດຜົນຕອບແທນທັງສອງຕໍາແຫນ່ງ:
* ປັບເງິນເດືອນຂຶ້ນ ອີງຕາມຜົນງານເຮັດວຽກ, ປັບເງິນຂຶ້ນໃຫ້ຕາມອັດຕາເງິນເຟີ້
* ຄ່າແຮງຄິດໄລ່ຕາມຊົ່ວໂມງໂຕຈິງ, ຖ້າເຮັດເກີນໄລ່ໃຫ້ເພີ່ມ
+ ມື້ພັກປະຈຳປີ ຫຼື ພັກລາກິດສ່ວນໂຕ 18-20 ມື້/ປີ (ລວມພັກປະຈຳປີ, ວັນເກີດ, & ມື້ພັກລັດຖະການ)
+ ມື້ພັກປ່ວຍ 30 ມື້/ປີ
+ ໂບນັດເງິນເດືອນ 13, ໂບນັດປີໃໝ່ລາວ ແລະ ປີໃໝ່ສາກົນ
+ ປະກັນສຸຂະພາບ ແລະ ປົວແຂ້ວ, ກວດສຸຂະພາບປະຈຳປີ
+ ຊ່ວຍເງິນຕັດແວ່ນຕາສາຍຕາສັ້ນ ແລະ ປ່ຽນເລນທຸກໆ 2 ປີ
+ ຊ່ວຍຄ່າຮຽນອະນຸບານລູກ ສູງສຸດ 3 ຄົນ
+ ຫລິ້ນຟິດເນັດ FitStation ຟຣີ
Application opens in a new window