Senior Accountant
General
⦿ ຄຸນສົມບັດຜູ້ສະໝັກ:
* ມີປະສົບການໃນການບໍລິຫານວຽກບັນຊີ ແລະ ພາສີ-ອາກອນໃນທຸລະກິດຮ້ານຄ້າ ຫຼື ບໍລິສັດ ຢ່າງໜ້ອຍ 3-4 ປີ.
* ມີຄວາມຊ່ຽວຊານໃນການແກ້ໄຂ, ວາງລະບົບ POS, ລະບົບການຂາຍ ແລະ ລະບົບສາງສິນຄ້າ.
* ມີຄວາມຮູ້ເລິກເຊິ່ງໃນການຄິດໄລ່ ແລະ ຍື່ນອາກອນທຸກປະເພດ (VAT Input/Output, ອາກອນກຳໄລ, Withholding Tax, Summary TAX) ຢ່າງຖືກຕ້ອງຄົບຖ້ວນຕາມກົດໝາຍ.
* ສາມາດແລ່ນວຽກງານບັນຊີ ແລະ ພາສີ-ອາກອນຂອງຮ້ານໄດ້ຢ່າງເປັນອິດສະຫຼະ ແລະ ໝັ້ນໃຈ
⦿ ໜ້າທີ່ຄວາມຮັບຜິດຊອບ:
* ເຮັດ Bank Reconcile (ກະທົບຍອດເງິນສົດ ແລະ ເງິນຝາກລາຍເດືອນ).
* ຄວບຄຸມ, ບໍລິຫານ ແລະ ຈັດການລະບົບວຽກງານບັນຊີ-ການເງິນ ແລະ ພາສີ-ອາກອນທັງໝົດຂອງຮ້ານແບບຄົບວົງຈອນ.
* ຄິດໄລ່ເງິນເດືອນ, ປະກັນສັງຄົມ ແລະ ຈັດກຽມຟອມເອກະສານຕ່າງໆ.
* ພັດທະນາ ແລະ ປັບປຸງລະບົບການຂາຍໜ້າຮ້ານ (POS), ລະບົບລາຍຮັບ-ລາຍຈ່າຍ ແລະ ການຈັດສາງສິນຄ້າໃຫ້ມີມາດຕະຖານ.
* ຄິດໄລ່, ຈັດລວມຍອດ ແລະ ຈັດກຽມເອກະສານເພື່ອແຈ້ງ-ຍື່ນອາກອນປະຈຳເດືອນ ແລະ ປະຈຳປີ (VAT, ອາກອນກຳໄລ, ອາກອນເງິນເດືອນ, ປະກັນສັງຄົມ, ຯລຯ).
* ເຮັດວຽກ ແລະ ປະສານງານຮ່ວມກັບທີ່ປຶກສາບັນຊີຂອງຮ້ານຢ່າງເປັນມືອາຊີບ.
* ກວດກາຄວາມຖືກຕ້ອງຂອງ Bank Reconcile, ຍອດເງິນສົດ-ເງິນຝາກ ແລະ ສະຫຼຸບລາຍງານການເງິນໃຫ້ຝ່າຍບໍລິຫານ.
* ແລະວຽກອື່ນໆ ທີ່ກ່ຽວຂ້ອງກັບບັນຊີ ແລະ ອາກອນຂອງຮ້ານ
ໂມງເຮັດວຽກ
1. ໄລຍະ 1-4 ເດືອນທຳອິດ ຊ່ວງເຊັດອັບລະບົບໃໝ່: ຈັນ-ສຸກ 9:00-17:00, ເສົາ 13:00-16:30 ອາດມີບາງມື້ເຮັດວຽກລ່ວງເວລາເຖິງ 21:00, ພັກວັນທິດ. ຊ່ວງນີ້ຕ້ອງການຄົນທີ່ສາມາດເຮັດວຽກຍືດຍຸ່ນເລື່ອງເວລາໄດ້.
2. ຜ່ານຊ່ວງເຊັດອັບລະບົບໃໝ່ ເດືອນ ທີ 4-5 ຂຶ້ນໄປ: ຈັນ-ສຸກ 9:00-17:00, ພັກເສົາ-ທິດ.
⦿ ລາຍລະອຽດຜົນຕອບແທນທັງສອງຕໍາແຫນ່ງ:
* ປັບເງິນເດືອນຂຶ້ນ ອີງຕາມຜົນງານເຮັດວຽກ, ປັບເງິນຂຶ້ນໃຫ້ຕາມອັດຕາເງິນເຟີ້
* ຄ່າແຮງຄິດໄລ່ຕາມຊົ່ວໂມງໂຕຈິງ, ຖ້າເຮັດເກີນໄລ່ໃຫ້ເພີ່ມ
+ ມື້ພັກປະຈຳປີ ຫຼື ພັກລາກິດສ່ວນໂຕ 18-20 ມື້/ປີ (ລວມພັກປະຈຳປີ, ວັນເກີດ, & ມື້ພັກລັດຖະການ)
+ ມື້ພັກປ່ວຍ 30 ມື້/ປີ
+ ໂບນັດເງິນເດືອນ 13, ໂບນັດປີໃໝ່ລາວ ແລະ ປີໃໝ່ສາກົນ
+ ປະກັນສຸຂະພາບ ແລະ ປົວແຂ້ວ, ກວດສຸຂະພາບປະຈຳປີ
+ ຊ່ວຍເງິນຕັດແວ່ນຕາສາຍຕາສັ້ນ ແລະ ປ່ຽນເລນທຸກໆ 2 ປີ
+ ຊ່ວຍຄ່າຮຽນອະນຸບານລູກ ສູງສຸດ 3 ຄົນ
+ ຫລິ້ນຟິດເນັດ FitStation ຟຣີ
Application opens in a new window