Home>机器销售人员 / ພະນັກງານຂາຍເຄື່ອງຈັກ
Back to All Jobs

机器销售人员 / ພະນັກງານຂາຍເຄື່ອງຈັກ

General

Vientiane, Laos Full-time

ລາຍລະອຽດຄວາມຮັບຜິດຊອບຂອງວຽກ

  • ວາງແຜນ ແລະ ລົງພື້ນທີ່ເຂົ້າພົບລູກຄ້າໃນເຂດທີ່ໄດ້ຮັບມອບໝາຍ, ພ້ອມທັງເຮັດບົດລາຍງານການເຂົ້າຢ້ຽມຢາມລູກຄ້າໃຫ້ໄດ້ຕາມເປົ້າໝາຍ PAR ທີ່ບໍລິສັດກຳນົດໄວ້
  • ນຳສະເໜີຜະລິດຕະພັນ ແລະ ຕິດຕາມຜົນການຂາຍ ເພື່ອປິດການຂາຍໃຫ້ໄດ້ຕາມເປົ້າໝາຍທີ່ບໍລິສັດກຳນົດ
  • ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕຽມເຄື່ອງຈັກ ຈົນກວ່າຈະມີການສົ່ງມອບໃຫ້ລູກຄ້າສຳເລັດ
  • ຮວບຮວມຂໍ້ມູນການແຂ່ງຂັນໃນຕະຫຼາດ ສົ່ງໃຫ້ແຜນກສະໜັບສະໜູນການຕະຫຼາດ ແລະ ການຂາຍ ເພື່ອນຳໄປວິເຄາະ ແລະ ປະເມີນໂອກາດໃນການຂາຍ
  • ສົ່ງມອບເຄື່ອງຈັກ ພ້ອມທັງແນະນຳວິທີການນຳໃຊ້ເບື້ອງຕົ້ນ ແລະ ການນຳໃຊ້ແອັບພລິເຄຊັນຕ່າງໆຂອງ CAT ໃຫ້ແກ່ລູກຄ້າ ເຊັ່ນ: Vision Link, parts.cat.com, my.cat.com
  • ຮັບເລື່ອງ ແລະ ປະສານງານກັບພາກສ່ວນຕ່າງໆ ໃນກໍລະນີທີ່ລູກຄ້າຕິດຕໍ່ສອບຖາມ ຫຼື ແຈ້ງຄວາມຕ້ອງການຕ່າງໆເຂົ້າມາ
  • ມີສ່ວນຮ່ວມກັບແຜນກສະໜັບສະໜູນການຕະຫຼາດ ແລະ ການຂາຍ ໃນການປະເມີນ ແລະ ວິເຄາະຄູ່ແຂ່ງ ເພື່ອສ້າງໂອກາດໃນການຂາຍໃໝ່ໆ
  • ຈັດເຮັດບົດລາຍງານການຂາຍຕ່າງໆ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຕາມກຳນົດເວລາ ເຊັ່ນ: Lost Sales Report
  • ໃຫ້ການສະໜັບສະໜູນ ແລະ ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບໂຄງການສົ່ງເສີມການຂາຍທີ່ຈັດຂຶ້ນ
  • ປະສານງານ ແລະ ຮວບຮວມເອກະສານກ່ຽວກັບການຂໍສິນເຊື່ອຕ່າງໆ ພ້ອມທັງຕິດຕາມການຊຳລະເງິນຈາກລູກຄ້າໃຫ້ເປັນໄປຕາມເງື່ອນໄຂການຊື້-ຂາຍ
  • ໃຫ້ຄວາມຮ່ວມມືໃນການປະສານງານກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ
  • ປະຕິບັດວຽກງານອື່ນໆ ຕາມທີ່ໄດ້ຮັບມອບໝາຍຈາກຜູ້ບັງຄັບບັນຊາ.

ຄຸນນະສົມບັດ

  • ສາມາດສື່ສານພາສາຈີນ ພາສາອັງກິດໄດ້ດີ
  • ບໍ່ຈຳກັດເພດ ອາຍຸ 25 ປີຂຶ້ນໄປ
  • ຈົບການສຶກສາຊັ້ນສູງຂຶ້ນໄປ
  • ສາມາດເຄື່ອນໄຫວວຽກນອກສະຖານທີ່ໄດ້, ຖ້າຂັບລົດໃຫຍ່ໄດ້ຈະພິຈາລະນາເປັນພິເສດ
  • ມີບຸກຄະລິກກະພາບດີ ມີທັກສະໃນການເຈລະຈາ ແລະ ມັກວຽກງານທ້າທາຍ

ເວລາເຮັດວຽກ

ວັນຈັນ – ວັນສຸກ: 08:30 – 17:30 ນ.

ວັນເສົາ: 08:30 – 12:00 ນ.

Apply for this Position

Application opens in a new window