Home>ພະນັກງານຕ້ອນຮັບ
Back to All Jobs

ພະນັກງານຕ້ອນຮັບ

General

Vientiane, Laos Full-time

ວັນປະຈຳການເຂົ້າວຽກ ຈັນ-ສຸກ

ວັນພັກເສົາ ແລະ ອາທິດ

ໂມງເຂົ້າວຽກ;

ເຊົ້າ: 09:00am - 12:00am

(ພັກທ່ຽງ 12:00am - 14:00pm)

ສວຍ 14:00pm - 17:30pm)


ຫນ້າວຽກຫລັກ:

- ເບິ່ງຄວາມເປັນລະບຽບຮຽບຮ້ອຍຫນ້າຫ້ອງການ ລວມທັງຫມົດ 4 ຊັ້ນ.

- ປະຈຳຢູ່ເຄົາເຕີ້ຊັ້ນ 1 ເປັນຫລັກ, ເກັບກຳບັນທຶກການເຂົ້າ-ອອກ ແລະ ການນຳໃຊ້ລົດຂອງຫ້ອງການ.

- ຕ້ອນຮັບໄຂປະຕູໃຫ້ແຂກ ແລະ ຊ່ວຍຮັບແຂກທີ່ມາຫ້ອງການ.

- ຕອນເຊົ້າຫລັງມາຫ້ອງການ ກະກຽມຫ້ອງການ ເປີດແອ ແລະ ຈັດແຈງເບິ່ງຄວາມສະອາດເປັນລະບຽບຮຽບຮ້ອຍ ຂອງທຸກຫ້ອງທຸກຊັ້ນ, (ເນັ້ນພິເສດສະເພາະຫ້ອງຜູ້ອຳນວຍການ).

- ກະກຽມເຄື່ອງຊຸດນໍ້າຊາໃຫ້ຜູ້ອຳນວຍການ.

- ຫົດນໍ້າໂຖດອກໄມ້ນ້ອຍໃຫຍ່ໃນຫ້ອງການທັງ 4 ຊັ້ນ ແລະ ຫນ້າຕຶກ (ບໍ່ຫລາຍ).

- ກວດສະຕ໊ອກເຄື່ອງທຳຄວາມສະອາດ, ນ້ຳດື່ມ ແລະ ເຄື່ອງໃຊ້ອື່ນໆທີ່ຫ້ອງການໃຊ້ ພ້ອມຂຽນລາຍການໃຫ້ຝ່າຍຈັດຊື້ ໃນທຸກໆ (2 ຫລື 4 ອາທິດ ຕາມສະພາບຕົວຈິງ).

- ຜັນປ່ຽນກັນເຝົ້າແມ່ບ້ານທີ່ມາທຳຄວາມສະອາດ (ເຊິ່ງໃນຕອນນີ້ແມ່ນຈະເປັນວັນພຸດ ແລະ ວັນອາທິດ ທີ່ໄດ້ຜັນປ່ຽນກັນສອງຄົນ) ວັນພຸດ ເວລາ 16:00-18:30 ແລະ ວັນອາທິດ ມາຊ່ວງໃດກໍ່ໄດ້.

ຂໍ້ກຳນົດ:

ລະດັບພາສາຈີນ HSK 4-5 ຂຶ້ນໄປ

(ສາມາດສື່ສານໄດ້ດີ)

Apply for this Position

Application opens in a new window