Back to All Jobs
ຫົວໜ້າ ພະແນກການຕະຫຼາດ
General
Vientiane, Laos Full-time
ຕໍາແໜ່ງ ຫົວໜ້າ ພະແນກການຕະຫຼາດ ( 1 ຕໍາແໜ່ງ )
- ພາບລວມຂອງວຽກ:
ຫົວໜ້າ ການຕະຫຼາດ ມີໜ້າທີ່ຮັບຜິດຊອບໃນການນຳພາ ພະແນກ ການຕະຫຼາດ ເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດຍຸດທະສາດການຕະຫຼາດທີ່ມີປະສິດທິຜົນ ເພື່ອສົ່ງເສີມການຮັບຮູ້ຍີ່ຫໍ້ ສ້າງຖານລູກຄ້າໃໝ່ ແລະ ສະໜັບສະໜູນການເຕີບໂຕຂອງທຸລະກິດ, ບົດບາດນີ້ຈະເບິ່ງແຍງທຸກກິດຈະກຳທາງ ການຕະຫຼາດ, ລວມທັງການຕະຫຼາດດິຈິຕອນ, ການສ້າງຍີ່ຫໍ້, ການໂຄສະນາ, ການວິໄຈຕະຫຼາດ ແລະ ການສື່ສານອົງກອນ.
- ໜ້າທີ່ຮັບຜິດຊອບຫຼັກ:
- ນຳພາ, ຄຸ້ມຄອງ ແລະ ໃຫ້ຄຳປຶກສາແກ່ທີມງານການຕະຫຼາດ ເພື່ອຮັບປະກັນການເຮັດວຽກທີ່ມີປະສິດທິພາບ ແລະ ການເຕີບໂຕທາງວິຊາຊີບຂອງ ພະນັກງານ ມີປະສົບການຢ່າງນ້ອຍ 5 ປີ ຂື້ນໄປ;
- ເບິ່ງແຍງການວາງແຜນ ແລະ ການດຳເນີນແຄມເປນຜ່ານຫຼາຍຊ່ອງທາງ ເຊັ່ນ: ສື່ດິຈິຕອນ, ໂຊຊຽວມີເດຍ, ສື່ສິ່ງພິມ ແລະ ການຈັດກິດຈະກຳຕ່າງໆ;
- ຄຸ້ມຄອງງົບປະມານການຕະຫຼາດ ແລະ ຈັດສັນຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ໄດ້ຜົນຕອບແທນສູງສຸດ;
- ວິເຄາະທ່າອ່ຽງຂອງຕະຫຼາດ, ຂໍ້ມູນເຈາະເລິກຂອງລູກຄ້າ ແລະ ກິດຈະກຳຂອງຄູ່ແຂ່ງ ເພື່ອຊອກຫາໂອກາດ ແລະ ສິ່ງທ້າທາຍ;
- ປະສານງານກັບຝ່າຍຂາຍ, ຝ່າຍຜະລິດຕະພັນ ແລະ ພະແນກອື່ນໆ ເພື່ອໃຫ້ວຽກງານການຕະຫຼາດໄປໃນທິດທາງດຽວກັນກັບເປົ້າໝາຍທຸລະກິດ;
- ຊຸກຍູ້ການພັດທະນາຍີ່ຫໍ້ ແລະ ຮັບປະກັນການສື່ສານຂໍ້ຄວາມ ໃຫ້ມີຄວາມເປັນເອກະພາບກັນ ໃນທຸກແພລັດຟອມ;
- ຕິດຕາມ ແລະ ລາຍງານຜົນສຳເລັດຂອງແຄມເປນ ແລະ ກິດຈະກຳຕ່າງໆ ໂດຍໃຊ້ຕົວຊີ້ວັດ ແລະ KPIs ທີ່ກ່ຽວຂ້ອງ;
- ຄຸ້ມຄອງສາຍສຳພັນກັບເອເຈນຊີພາຍນອກ, ຜູ້ສະໜອງ ແລະ ຄູ່ຮ່ວມທຸລະກິດ;
- ຕິດຕາມຂ່າວສານກ່ຽວກັບທ່າອ່ຽງການຕະຫຼາດ, ເຕັກໂນໂລຊີ ແລະ ວິທີການປະຕິບັດທີ່ດີທີ່ສຸດ.
ຄຸນນະສົມບັດ:
- ຈົບການສຶກສາລະດັບປະລິນຍາໂທ ສາຂາການຕະຫຼາດ, ບໍລິຫານທຸລະກິດ, ການສື່ສານ ຫຼື ສາຂາທີ່ກ່ຽວຂ້ອງ ຫາກຈົບ MBA ຈະໄດ້ຮັບການພິຈາລະນາເປັນພິເສດ;
- ມີປະສົບການທີ່ພິສູດໄດ້ໃນບົດບາດຜູ້ນຳການຕະຫຼາດ, ໂດຍສະເພາະໃນຕຳແໜ່ງ ຫົວໜ້າການຕະຫຼາດ ຫຼື ຜູ້ຈັດການການຕະຫຼາດ ໃນຂະແໜງການເງິນ;
- ມີຄວາມຮູ້ຄວາມເຂົ້າໃຈຢ່າງເຂັ້ມແຂງກ່ຽວກັບຫຼັກການການຕະຫຼາດ, ການຕະຫຼາດດິຈິຕອນ, ການສ້າງຍີ່ຫໍ້ ແລະ ການວິໄຈຕະຫຼາດ;
- ມີທັກສະການເປັນຜູ້ນຳ, ການສື່ສານ ແລະ ການບໍລິຫານໂຄງການທີ່ດີເລີດ;
- ສາມາດວິເຄາະຂໍ້ມູນ ແລະ ຕັດສິນໃຈທາງການຕະຫຼາດໂດຍອີງໃສ່ຂໍ້ມູນ;
- ຫາກມີປະສົບການການນຳໃຊ້ເຄື່ອງມືການຕະຫຼາດອັດຕະໂນມັດ ແລະ ລະບົບ CRM ຈະເປັນຜົນປະໂຫຍດຫຼາຍ.
Apply for this Position
Application opens in a new window